09/02/2026
⏩ B49: ທຶນຮຽນປະລິນຍາຕີ 4 ປີ, ທຶນປະລິນຍາໂທ ແລະ ປເອກ
✳ ຊື່ໂຮງຮຽນ: ມະຫາວິທະຍາໄລວິທະຍາສາດແລະເທັກໂນໂລຢີຄຸນມິງ 昆明理工大学Kunming University of Science and Technology ຕັ້ງຢູ່ໃຈກາງເມືອງຄຸນມິງ ເທດສະບານແຂວງຢູນນານ, ມີຄວາມສະດວກໃນການເດິນທາງດ້ວຍລົດໄຟພຽງ 7 ຊົ່ວໂມງ ຫຼື ຂີ່ຍົນພຽງ 1 ຊົ່ວໂມງ 30 ນາທີ ເທົ່ານັ້ນ. ມະຫາວິທະຍາໄລຫາກໍ່ສ້າງຄືນໃໝ່ ສະອາດສວຍງາມ, ມີເນື້ອທີ່ວິທະຍາເຂດກວ້າງເຖິງ 2,610,000 ຕາແມັດ, ປັດຈຸບັນມີຄູອາຈານທັງໝົດ 4,119 ຄົນ, ມີນັກສຶກສາທັງໝົດ 52,589 ຄົນ, ປະກອບມີ 28 ຄະນະວິຊາ, ມີສາຂາຮຽນທັງໝົດ 100 ກວ່າສາຂາ.
✳ ທຶນລັດຖະບານ ຫຼື CSC ປະເພດ B ສຳລັບປະລິນຍາຕີ ເຊິ່ງມີເງື່ອນໄຂດັ່ງນີ້:
1️⃣ ຄ່າຮຽນຟຣີ 4 ປີ
2️⃣ ຄ່າຫໍພັກຟຣີ 4 ປີ
3️⃣ ຄ່າປະກັນໄພສຸຂະພາບຟຣີ 4 ປີ
4️⃣ ມີເບ້ຍລ້ຽງ 2,500 ຢວນ/ເດືອນ
5️⃣ ວີຊ່າຟຣີ 1 ຄັ້ງ
6️⃣ ປີ້ຍົນຟຣີ 1 ຖ້ຽວ
✡ ສາຂາຮຽນ: ເອໄອ 人工智能, ໄອທີຄອມພິວເຕີ 计算机科学与技术
✡ ເງື່ອນໄຂຈຳເປັນ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ, ກຳລັງຮຽນ ຫຼື ຈົບ ມ.7; ຜົນການຮຽນໃນໄລຍະຜ່ານມາ (ມ.ປາຍ) ຢູ່ໃນລະດັບດີ, ອາຍຸ 18-25 ປີ, ຕ້ອງມີ HSK4-240 ຂຶ້ນໄປ, ແລະ CSCA-50 ຂຶ້ນໄປ.
✡ ປິດຮັບສະໝັກ: ວັນທີ 28.2.2026
✳ ທຶນມະຫາວິທະຍາໄລ ກຽມພາສາ 1 ປີ + ປະລິນຍາໂທ ແລະ ປະລິນຍາເອກ ເຊິ່ງມີເງື່ອນໄຂດັ່ງນີ້:
1️⃣ ຄ່າຮຽນຟຣີ
2️⃣ ຄ່າຫໍພັກຟຣີ
3️⃣ ຄ່າປະກັນໄພສຸຂະພາບຟຣີ
4️⃣ ມີເບ້ຍລ້ຽງ ປ.ໂທ 1,700 ຢວນ/ເດືອນ, ປ.ເອກ 2,000 ຢວນ/ເດືອນ
5️⃣ ວີຊ່າຟຣີ 1 ຄັ້ງ
6️⃣ ປີ້ຍົນຟຣີ 1 ຖ້ຽວ
⏩ ສາຂາຮຽນ: ບໍລິຫານທຸລະກິດ, ການຄ້າສາກົນ, ການເງິນ, ບັນຊີ, ບໍລິຫນໂຄງການ, ວິສະວະກຳບໍ່ແຮ່, ວິສະວະກຳຫຸ່ນຍົນ, ເອໄອ, ໂຍທາ, ສະຖາປັດ, ວິສະວະກຳລົດຍົນ, ໄອທີ, ສິ່ງແວດລ້ອມ, ວິສະວະກຳເຂື່ອນໄຟຟ້າ, ແລະ ອື່ນໆອີກຫຼາຍສິບສາຂາ, ສາມາດເລືອກຮຽນໄດ້ຕາມຄວາມສົນໃຈຈາກສາຂາທີ່ມີທັງໝົດ.
✡ ເງື່ອນໄຂຈຳເປັນ: ຂຶ້ນສາຍ ປ.ໂທ ອາຍຸບໍ່ເກີນ 35 ປີ, ປ.ເອກ ອາຍຸບໍ່ເກີນ 40 ປີ, ຕ້ອງມີ HSK5-180 ຂຶ້ນໄປ ແລະ ຄະແນນ CGPA 3.00 ຂຶ້ນໄປ.
✴ໝາຍເຫດ:ຜູ້ທີ່ຍັງບໍ່ທັນມີ HSK ສາມາດກຽມພາສາກ່ອນ 1 ປີ, ໄລຍະກຽມພາສາ 1 ປີ ກໍຈະໄດ້ທຶນເຕັມຕາມທີ່ລະບຸຂ້າງເທິງເຊັ່ນກັນ ພຽງແຕ່ໄດ້ເບ້ຍລ້ຽງ 1,400 ຢວນ/ເດືອນ ສຳລັບໄລຍະກຽມພາສາ.
✡ ປິດຮັບສະໝັກ: ວັນທີ 30.4.2026
⏩ ຂັ້ນຕອນສະໝັກ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ
📲 2098881833
♨️ ທີ່ຕັ້ງຫ້ອງການ: ບ້ານຈອມມະນີ, ໄຊເສດຖາ, ນະຄອນຫຼວງ ວຈ