南宁师范大学老挝留学生 LAO students in NNNU - Nanning Normal University

  • Home
  • China
  • Nanning
  • 南宁师范大学老挝留学生 LAO students in NNNU - Nanning Normal University

南宁师范大学老挝留学生 LAO students in NNNU - Nanning Normal University Contact information, map and directions, contact form, opening hours, services, ratings, photos, videos and announcements from 南宁师范大学老挝留学生 LAO students in NNNU - Nanning Normal University, College & University, Nanning.

新的学期,新的开始。愿毕业的同学奔赴热爱的未来,还在校园的同学们继续加油,向梦想靠近🍀✨"ເວລາ...ຜ່ານໄປໄວອີ່ຫຼີ"ເຜີແປ໋ບດຽວຈະເປີດສົກຮຽນໃໝ່ອີກແລ້ວ🥹ບໍ່ວ່າສົກຮຽນນີ້ ຄົນທ...
01/09/2025

新的学期,新的开始。
愿毕业的同学奔赴热爱的未来,
还在校园的同学们继续加油,向梦想靠近🍀✨

"ເວລາ...ຜ່ານໄປໄວອີ່ຫຼີ"
ເຜີແປ໋ບດຽວຈະເປີດສົກຮຽນໃໝ່ອີກແລ້ວ🥹

ບໍ່ວ່າສົກຮຽນນີ້ ຄົນທີ່ຈົບຈາກບ້ານຫຼັງນີ້ຈະໄປຢູ່ໃສ
ຫຼື ໃຜທີ່ຍັງຢູ່ຕໍ່ຈະດຳເນີນເລື່ອງໄປໃນທິດທາງແບບໃດ...
ສິ່ງດຽວທີ່ຢາກອວຍພອນໃຫ້ທຸກຄົນເລີຍກໍຄື " ຈົ່ງມີຄວາມສຸກກັບສິ່ງທີ່ກຳລັງເຮັດຢູ່ ແລະ ເກັບກ່ຽວຊ່ວງເວລານີ້ໃຫ້ເຕັມທີ່" 🩵

ວ່າກັນວ່າ #ປາຍທາງ ສຳຄັນ, ແຕ່ສິ່ງທີ່ສຳຄັນບໍ່ໜ້ອຍໄປກວ່າກັນນັ້ນກໍຄື #ລະຫວ່າງທາງ:)) ເພາະສະນັ້ນ, 愿你们在这段旅程中能收获更多属于自己的快乐 nerr✨🎓🧚🏻‍♀️🌈☀️

ສະຫຼຸບສົກຮຽນ 2024-2025 ຢ່າງເປັນທາງການ:))
" GOOD LUCK WITH THE NEW CHAPTER "
((: adminT - 2025.09.01 MON -
____________________________________________
#南宁师范大学老挝留学生会 #留学生活 🇱🇦

10/12/2024

💞ອາດຈະບໍ່ແມ່ນຄອບຄົວທີ່ໃຫຍ່ທີ່ສຸດ ຫຼື ສົມບູນແບບທີ່ສຸດ
ແຕ່ຮອຍຍິ້ມ, ສຽງຫົວ ແລະ ການປະກອບສ່ວນຂອງທຸກຄົນ ເຮັດໃຫ້ການຕັ້ງແຄ້ມເທື່ອນີ້ເຕັມໄປດ້ວຍບັນຍາກາດອົບອຸ່ນທ່າມກາງອຸນຫະພູມທີ່ໜາວເຢັນ:))❄️ ແລະ ຂໍໃຫ້ທຸກຄົນເກັບຄວາມຮູ້ສຶກ, ຄວາມຊົງຈຳທີ່ດີຮ່ວມກັນນີ້ໄວ້ເນີ້ຄອບຄົວ NNNU2024. 🍂
:

#留学生活 #入冬的第一场露营 🙏🏻🇱🇦 南宁师范大学老挝留学生 LAO students in NNNU - Nanning Normal University

NNNU SABAIIDEE✨📚🙏🏻🇱🇦新的学期 新的气象,新的开始!ວ່າກັນວ່າ " #ການເລີ່ມຕົ້ນທີ່ດີກໍເທົ່າກັບວ່າສຳເລັດໄປແລ້ວເຄິ່ງໜຶ່ງ "大家一起成长 一起进步 ເດີນທາງ...
27/10/2024

NNNU SABAIIDEE✨📚🙏🏻🇱🇦
新的学期 新的气象,新的开始!
ວ່າກັນວ່າ " #ການເລີ່ມຕົ້ນທີ່ດີກໍເທົ່າກັບວ່າສຳເລັດໄປແລ້ວເຄິ່ງໜຶ່ງ "
大家一起成长 一起进步 ເດີນທາງ, ເຕີບໃຫຍ່ ໄປນຳກັນ:))✨💗🕊️

“ 新的学期即将到达。。。 ”有相遇就有离别,每一个开始都有结束但 每一个结束也是新的开始:)✨🕊️🌪️🌈" ທຸກງານລ້ຽງ ຍ່ອມມີວັນເລີກລາ "ສະນັ້ນ, ມີພົບມີຈາກ ກໍເປັນເລື່ອງ " ທຳມ...
31/08/2024

“ 新的学期即将到达。。。 ”
有相遇就有离别,每一个开始都有结束
但 每一个结束也是新的开始:)✨🕊️🌪️🌈

" ທຸກງານລ້ຽງ ຍ່ອມມີວັນເລີກລາ "
ສະນັ້ນ, ມີພົບມີຈາກ ກໍເປັນເລື່ອງ " ທຳມະດາ " ເຊັ່ນກັນ

ໃກ້ຈະເປີດສົກຮຽນໃໝ່ແລ້ວ
ໃຜຍັງ Move on ຈາກສົກແລ້ວນີ້ບໍ່ໄດ້ແດ່???

ພວກເຮົາເດີນທາງຮ່ວມກັນມາ...
ທຸກໆຮອຍຍິ້ມ, ທຸກສຽງຫົວ, ທຸກຄຳທັກທາຍ
ແລະ ຄຳກ່າວບອກລາ ມີເລື່ອງລາວຢູ່ໃນນັ້ນສະເໝີ💗

ໂພສນີ້ ຂໍບັນທຶກຊ່ວງເວລາດີໆຂອງຄອບຄົວ 🇱🇦
ສົກ 2023-2024 ໄວ້ໃຫ້ແຈ້ງເຕືອນໃນຕໍ່ໆໜ້າ ຄິດຮອດກໍກັບມາເບິ່ງເນີ້ NNNU ALWAYS WELCOME👀🏡🌪️

ຍິນດີນຳຫຼາຍໆ, ຂໍໃຫ້ທຸກຄົນທີ່ຈົບຈາກບ້ານຫຼັງນີ້ໄປໄດ້ແຍກຍ້າຍກັນໄປເຕີບໃຫຍ່ໃນແບບຂອງໃຜມັນ ຢ່າລືມຄິດຮອດກັນກໍພໍ🤎

ແລະ ສະບາຍດີສົກຮຽນ 2024-2025 ຢ່າງເປັນທາງການ:))

ພ້ ອ ມ ເ ເ ລ້ ວ ຫ ລື ຍັ ງ💨🥳🥳🥳‼️
____________________________________________
#南宁师范大学老挝留学生会 #留学生活 🇱🇦

 #老挝留学生 🇱🇦 加油!大家一起进步!!!ຜ່ານໄປດ້ວຍດີກັບງານ " ແຂ່ງຂັນບານເຕະຊິງຂັນຂອງທ່ານກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳເຂດກວາງຊີ ໜານໜິງ " 🏆⚽️ ...
03/05/2024

#老挝留学生 🇱🇦 加油!大家一起进步!!!

ຜ່ານໄປດ້ວຍດີກັບງານ " ແຂ່ງຂັນບານເຕະຊິງຂັນຂອງທ່ານກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳເຂດກວາງຊີ ໜານໜິງ " 🏆⚽️ ຄັ້ງວັນທີ 1 ພຶດສະພາ 2024 ເພື່ອເປັນການຕ້ອນຮັບວັນກຳມະກອນສາກົນ✨♥️

ກິດຈະກຳເຕັມໄປດ້ວຍຄວາມມ່ວນຊື່ນຂອງທັງນັກສຶກສາທີ່ເຂົ້າຮ່ວມເປັນກຳລັງໃຈ ແລະ ຄວາມມີນໍ້າໃຈນັກກິລາຂອງບັນດານັກເຕະແຕ່ລະໂຮງຮຽນ #ເຊິ່ງຜົນການແຂ່ງຂັນມີດັ່ງນີ້ :

🏆🥇 ລາງວັນຊະນະເລີດ : ມລ ໝິນຕ້າ
🏆🥈 ລາງວັນຮອງຊະນະເລີດອັນດັບທີ 1 : ມລ ຊີຕ້າ
🏆🥉 ລາງວັນຮອງຊະນະເລີດອັນດັບທີ 2 : ມລ ປະສົມແພດສາດ
( 南宁师大,医科大,中医药大学 )

ທຸກພາກສ່ວນຕ່າງເຮັດໜ້າທີ່ຂອງຕົນຢ່າງເຖິງທີ່ສຸດ!! ເຖິງຢູ່ໃນສະໜາມຈະເປັນຄູ່ແຂ່ງກັນ ແຕ່ແຂ່ງຈົບແລ້ວພວກເຮົາກໍເປັນອ້າຍນ້ອງກັນຄືເກົ່າ.

ຂໍຂອບໃຈອີກຄັ້ງໜຶ່ງ,ມາຍັງທາງຄະນະກົງສຸນລາວປະຈຳນະຄອນໜານໜິງ ທີ່ໄດ້ຈັດຂະບວນການສ້າງຄວາມສາມັກຄີທີ່ຟົດຟື້ນແບບນີ້ຂຶ້ນມາ. ເຮັດໃຫ້ນັກສືກສາລາວໄດ້ມີພື້ນທີ່ສະແດງຄວາມສາມາດ ນັບທັງແລກປ່ຽນຄວາມຮູ້ເຊິ່ງກັນ ແລະ ກັນອີກດ້ວຍ:)))✨💐🎊🥰

ສຸດທ້າຍນີ້, ຢາກບອກວ່າ " ທຸກຄົນເກັ່ງຫຼາຍເດີ້ "
ແລ້ວພົບກັນໃໝ່ສົກຮຽນໜ້າ 下一场比赛见!⚽️🔥
__________________________________________
#ນັກສຶກສາລາວມະຫາວິທະຍາໄລສ້າງຄູໜານໜິງ
#南宁师范大学老挝留学生会 #南宁师范大学 #老挝留学生 #留学生活 #老挝留学生足球赛 #广西南宁

老挝泼水节快乐!🥳💦🙏🏼💗ສະບາຍດີ ປີໃໝ່ - HAPPY LAO NEW YEAR  #ສະບາຍດີປີໃໝ່ ກັບພາບບັນຍາກາດງານສະເຫຼີມສະຫຼອງວັນປີໃໝ່ລາວປະຈຳປີ ພສ.2567 ນ...
14/04/2024

老挝泼水节快乐!🥳💦
🙏🏼💗ສະບາຍດີ ປີໃໝ່ - HAPPY LAO NEW YEAR

#ສະບາຍດີປີໃໝ່ ກັບພາບບັນຍາກາດງານສະເຫຼີມສະຫຼອງວັນປີໃໝ່ລາວປະຈຳປີ ພສ.2567 ນະກົງສຸນໃຫຍ່ແຫ່ງ ສປປ.ລາວປະຈຳນະຄອນໜານໜິງ ແຂວງກວາງຊີ ສປ.ຈີນ ໃນວັນທີ 13 ເມສາ 2024 ທີ່ຜ່ານມາ.🇨🇳🌙

ເຖິງພວກເຮົາຈະຢູ່ຕ່າງແດນ, ແຕ່ໃນໂອກາດສຳຄັນແບບນີ້ກໍຍັງຮູ້ສຶກໄດ້ເຖິງຄວາມອົບອຸ່ນຄືກັບຢູ່ບ້ານເຮົາ ເພາະພາຍໃນງານແມ່ນເຕັມໄປດ້ວຍຄວາມມ່ວນຊື່ນ, ຟົດຟື້ນ ແລະ ຍັງຄົງຮັກສາໄວ້ເຊິ່ງຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ💕🇱🇦🫶🏻... #ທີ່ບໍ່ວ່າຈະໄປຢູ່ດິນແດນໃດກໍບໍ່ເຄີຍຖິ້ມປະລະເລີຍຄວາມເປັນລາວ:)))

ເນື່ອງໃນໂອກາດປີໃໝ່ນີ້, ຂໍອວຍພອນແດ່ທຸກຄົນຈົ່ງມີແຕ່ຄວາມຜາສຸກໃນຊີວິດ, ການຮໍ່າຮຽນ, ວຽກງານທຸກປະການ! ມີຄວາມສຸກຕະຫຼອດປີ ແລະ ຕະຫຼອດໄປ✨☁️💐💦
:
#ນັກສຶກສາລາວມະຫາວິທະຍາໄລສ້າງຄູໜານໜິງ
#南宁师范大学老挝留学生会 #南宁师范大学
#老挝留学生 #留学生生活 #老挝泼水节

Address

Nanning

Website

Alerts

Be the first to know and let us send you an email when 南宁师范大学老挝留学生 LAO students in NNNU - Nanning Normal University posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share