10/01/2024
ບົດຮຽນທີ່ໄດ້ຖອດຖອນຈາກການໄປເຮັດວຽກນຳ ສິດເກົ່າຂອງ ມາຫາໄລ ຮິໂຣຊິມາ ມີດັ່ງນີ້:
- ທຶນການສຶກສາຂອງປະເທດອິນໂດເນເຊຍແມ່ນສ່ວນຫລາຍມາຈາກລັດຖະບານ ແລະ ສ່ວນຫນຶ່ງແມ່ນທຶນການສຶກສາຈາກຕ່າງປະເທດ ຈະມີຫລາກຫລາຍທຶນໃຫ້ເລືອກສະຫມັກ ໂດຍສະເພາະແມ່ນທຶນການສຶກສາຂອງປະເທດຍີ່ປຸ່ນໃຫ້ການຊ່ວຍເຫລືອ.
- ລັດຖະບານເລັງເຫັນຄວາມສຳຄັນຂອງຄົນທີ່ຈົບມາຈາກນອກ: ຕາມທີ່ໄດ້ສັງເກດ ແລະ ໄດ້ຜ່ານການລົມນຳສິດເກົ່າທີ່ຈົບຈາກຍີ່ປຸ່ນ ສ່ວນຫລາຍພວກເຂົາໄດ້ເລື່ອນຕຳແຫນ່ງ ແລະ ໄດ້ຮັບພາລະບົດບາດຫລາຍກວ່າກ່ອນຈະໄປຮຽນຕໍ່, ນັ້ນມັນສະແດງເຖິງລະຖະບານໄດ້ເຫັນຄວາມສຳຄັນຂອງບຸກຄະລາກອນທີ່ໄປນຳເອົາຄວາມຮູ້ຈາກຕ່າງປະເທດມານຳໃຊ້ຢ່າງແທ້ຈິງ ແລະ ພ້ອມທັງສົ່ງເສີມແນວຄວາມຄິດ ແລະ ແບບແຜນການປະຕິບັດວຽກງານຢ່າງຈິງຈັງເຊິ່ງເຫັນຜົນງານຢ່າງປະຈັກຕາເຊັ່ນ: ໂຄງການ MRT(ລົດໄຟໃຕ້ດິນ), ລົດເມ MRT ແລະ ລົດໄຟ ບູເລດເທຣນ( ລົດໄຟຄວາມໄວສູງຄ້າຍກັບຊິງກັງເຊັນ) ແລະ ດ້ານການສຶກສາກໍ່ເຊັນກັນ ພວກເຂົາໄດ້ເອົາຄວາມຮູ້ຈາກຕົ້ນແບບຈາກຍີ່ປຸ່ນມານຳໃຊ້ຢູ່ປະເທດເຂົາ ໂດຍລິເລີ່ມຈາກຈຸດນ້ອຍໆຫາຈຸດໃຫຍ່ ແລະ ດ້ານສາຂາອື່ນໆກໍ່ເຊັ່ນກັນ.
- ດ້ານໂຄງລ່າງພື້ນຖານ: ຖະຫນົນຫົນທາງປະເທດເຂົາເຈົ້າໄດ້ຮັບການພັດທະນາ ໄດ້ມາດຈະຖານ ບໍ່ມີຂຸມບໍ່ມີບໍ່ (ຂ້ອຍໄດ້ໄປຮອດເຂດຊົນນະບົດເຂົາ ຫົນທາງແມ່ນປູຢາງຫນາແຫນ້ນ)
- ປະເທດອິນໂດເນເຊຍໃຫ້ຄວາມສຳຄັນດ້ານການສຶກສາ(ເອົາຈິງເອົາຈັງ) ສະຖານທີ່ຮຽນ ຫລັກສູດການຮຽນ ມີການເອົາໃຈໃສ່ ພັດທະນາຫລັກສູດ ສ້າງແຮງບັນດານໃຈໃຫ້ແກ່ນັກຮຽນໃຫ້ມີຄວາມກະຕືລືລົ້ນຢາກຮຽນສູງໆ ແລະ ເມືອມີໂອກາດເຂົາເຈົ້າຈະຊຸກຍູ້ໃຫ້ນັກຮຽນໄດ້ເຂົ້າເຖິງທຶນການສຶກສາ ແລະ ຊຸກຍູ້ໃນການຮຽນພາສາຕ່າງປະເທດໂດຍສະເພາະພາສາອຫງກິດໃຫ້ຫລາຍຂຶ້ນ
- ປະເທດອິນໂດ ຄົນສ່ວນຫລາຍນັບຖືມຸດສະລິມ ມີທັງເຄັ່ງຄັດ ແລະ ບໍ່ເຄັ່ງຄັດ ຂຶ້ນກັບເຂດທີ່ເຂົາເຈົ້າຢູ່ ຈະບໍ່ເຫັນອາຫານທີ່ມີສ່ວນປະກອບຂອງຊີ້ນຫມູເລີຍ, ຍົກເວັ້ນແຕ່ບາຫລີ ເພາະບາຫລີເປັນເຂດພິເສດ ນັບຖືສາສະຫນາຮິນດູສ່ວນໃຫຍ່ ຮິນດູຈະບໍ່ກິນງົວ.
- ປະເທດອິນໂດ ຈະມີຝຸ່ນ PM 2.5 ຫລາຍ ໂດຍສະເພາະເມືອງຫລວງຈາກາຕ້າ ເບິ່ງທິວທັດໃນຕົວເມືອງແທບຈະບໍ່ເຫັນຮອດຕຶກ ເປັນຫມອກປົກຄຸມເປັນສ່ວນຫລາຍ
- ປະເທດອິນໂດນິຍົມຂອງກິນຫລືເຄື່ອງໃຊ້ຕ່າງໆທີ່ມາຈາກປະເທດຍີ່ປຸ່ນເຊັ່ນ: ລົດຍີ່ຫໍ້ໂຕໂຢຕ້າ, ຮອນດ້າ, ຊູຊູກິ, ຢາມາຮາ... ອາຫານ ກໍ່ຈະເປັນປະເພດ ຣາເມງ ຊູຊິ, ເຂົ້າຫນ້າເນື້ອ
- ອິນໂດຄົນສ່ວນຫລາຍນິຍົມຂີ່ລົດຈັກຫລາຍ ແລະ ຂັບຂີ່ໄວເປັນຕາຢ້ານ.
- ຫມາກໄມ້ລາຄາຖືກ ແລະ ຫລາກຫລາຍຊະນິດ ປະສົບການໃນຄັ້ງນີ້ໄດ້ ຮຽນຮູ້ຫລາຍຢ່າງ ຄົນອິນໂດເປັນຄົນໃຈດີ ມີມິດໄມຕີຕ້ອນຮັບແຂກບ້ານແຂກເມືອງ ຈົນທາງເຮົາເກງໃຈ ໄດ້ປ່ຽນມຸມມອງຫລາຍຢ່າງທາງດ້ານສາສະຫນາກໍ່ດີ ທາງດ້ານວັດທະນະທຳກໍ່ດີ ໄດ້ເຫັນເຖິງວິຖີຊີວິດຂອງຄົນຊົນນະບົດປະເທດເຂົາ ມີຫລາຍຢ່າງຄ້າຍກັບບ້ານເຮົາ ຄືອັດຕະຍາໄສດີຄືກັນ ແລະ ເຫັນນ້ອງນ້ອຍນັກຮຽນທີ່ຫນ້າຮັກມາຕ້ອນຮັບພວກເຮົາດ້ວຍຄວາມຕື່ນເຕັ້ນ ແລພ ດ້ວຍໃບຫນ້າຍິ້ມແຍ້ມແຈ່ມໃສ ທາງພວກເຮົາກໍ່ໃຈຟູ ແລະ ອີ່ມເອັມໄປນຳ ແລະ ພວກເຮົາຍັງໄດ້ມີໂອກາດນຳໃຊ້ລົດໄຟທຳມະດາ ແລະ ທາງໂຄງການຂອງອະດີດນັກສຶກສາເຮົາໄດ້ສ້າງຂຶ້ນຄື MRT ໃນຄັ້ງນີ້ອີກດ້ວຍ. ໃນມຸມມອງຂອງຂ້ອຍ ປະເທດໃດກໍ່ຕາມຖ້າເອົາໃຈໃສ່ໃນການພັດທະນາປະເທດຢ່າງຈິງຈັງ ຍຶດຖືຄວາມສະດວກສະບາຍຂອງປະຊາຊົນເປັນຫລັກ ເຮັດໃຫ້ໂຄງລ່າງພື້ນຖານມີຄວາມແຂງແຮງ ແລະ ໄດ້ຄຸນນະພາບມາດຕະຖານ ເຊັ່ນຖະຫນົນຫົນທາງ ໂຄງລ່າງສາທາລະນູປະໂພກ ບໍລິໂພກ ທີ່ໄດ້ມາດຕະຖານ ມັນຍ່ອມສົ່ງຜົນດີຕໍ່ການເຮັດໃຫ້ປະເທດພັດທະນາໄວ ແນ່ນອນວ່າແຕ່ລະປະເທດປະສະຈາກບໍ່ໄດ້ເລື່ອງຄໍແລັບຊັ້ນ ແຕ່ຂຶ້ນຢູ່ກັບພາກສ່ວນການກວດສອບຄຸນນະ ພາບ ຖ້າເຮົາຢາກໃຫ້ບ້ານເມືອງຈະເລີນກໍ່ຈົ່ງພ້ອມພາກັນເອົາໃຈໃສ່ຢ່າງຈິງຈັງ ເພາະຖ້າຍັງເປັນແບບນີ້ ເຮົາກໍ່ຈະຢຳ້ຢູ່ກັບທີ່ ແປງທາງກໍ່ຈະແປງແຕ່ບ່ອນເກົ່າ ທັງທີ່ເຮົາຈະສຳຫລວດຂະຫຍາຍ
ເສັ້ນທາງໃຫມ່ໆ ຂະຫຍາຍຄວາມຈະເລີນອອກສູ່ທ້ອງຖິ່ນ.