13/09/2026
#ບົດເເຕ່ງຕົວຈີງ
1.ຈົ່ງອະທິບາຍ-ວິຈານຄໍາສຸພາສິດທິວ່າ:
“ໄມ້ຄົດເອົາໄວ້ເຮັດຂໍ ຄົນຄົດລ້ຽວ
ເຫຼັກງໍເອົາໄວ້ເຮັດກ່ຽວ ເອົາໄວ້ບໍ່ດີ"
2.ອະທິບາຍ, ພິສູດ, ວິຈານ ຄໍາຜະຫຍາພາສິດທີ່ວ່າ:
“ກວາງກິນໝາກຂາມປ້ອມ ລະວັງຂີ້ບໍ່ໄດ້
ໄປຄາກົ້ນລະມັງ ສາມມື້ກະຕ່າຍຕາຍ”
3.ຈົ່ງອະທິບາຍ, ພິສູດ ຄຳສຸພາສິດທີ່ວ່າ:
“ຮົ້ວຫຼາຍຫຼັກຈຶ່ງໝັ້ນ ພີ່ນ້ອງຫຼາຍຊັ້ນຈຶ່ງດີ”
4.ຈົ່ງອະທິບາຍ, ພິສູດ ແລະ ວິຈານ ຄໍາເວົ້າທີ່ວ່າ:
“ທໍາດີໄວ້ຫຼາຍຄົນເຂົາຊ່າ ທໍາຊົ່ວນັ້ນເຂົາຍ້ອງກໍຢ່າທໍາ”
5.ອະທິບາຍ - ພິສູດ ຄໍາສຸພາສິດທິວ່າ:
“ຢາກກິນເຂົ້າ ຢາກກິນປາ
ຢາກຫາຍຄວາມເດືອດຮ້ອນ ໃຫ້ໝັ້ນເຮັດນາໜາ
ໃຫ້ໝັ່ນເຮັດສ້ອນ ໃຫ້ໝັ່ນສຶກສາ”
6.ອະທິບາຍ, ພິສູດ ຄໍາເວົ້າຂອງທ່ານສຸພານຸວົງ ທີ່ວ່າ: “ປະເທດລາວມີຫຼາຍຊົນຊາດຊົນເຜົ່າ ຖ້າສາມັກຄີກັນເຂົ້າ ຈະງາມດັ່ງດອກໄມ້ຫຼາຍສີທີ່ເກີດຂຶ້ນໃນຕົ້ນດຽວກັນ”
7.ອະທິບາຍ - ພິສູດ ຄໍາເວົ້າທີ່ວ່າ:
“ຄົນລາວທຸກຄົນມີໜ້າທີ່ຮັກສາ ແລະ ສົ່ງເສີມມູນເຊື້ອວັດທະນາທຳ ຮີດຄອງປະເພນີອັນດີງາມຂອງຊາດ ໄວ້ໃຫ້ຍືນຍົງຄົງຕົວຢູ່ຄູ່ກັບຄົນລາວຕະຫຼອດ.
8.ຈົ່ງວິຈານຄໍາສຸພາສິດທີ່ວ່າ:
“ຕົກໝູ່ແຮ້ງເປັນແຮ້ງ ຕົກໝູ່ກາເປັນກາ"
9.ຈົ່ງອະທິບາຍ-ວິຈານ ຄໍາເວົ້າທີ່ວ່າ:
“ຢາເສບຕິດ ເປັນໄພຕໍ່ຊີວິດ ເປັນພຶດຕໍ່ສັງຄົມ”
10.ຈົ່ງອະທິບາຍ, ວິຈານຄໍາເວົ້າຂອງທ່ານຜູ້ນໍາທີ່ວ່າ:
“ຢາກມີອະນາຄົດແຈ່ມໃສ່ກ່ອນອື່ນໝົດ ຕ້ອງເປັນນັກຮຽນດີ, ຮຽນເກັ່ງ, ມີຄຸນສົມບັດ, ດຸໝັ່ນອອກແຮງງານ ແລະ ປາສະຈາກສິ່ງເສບຕິດ”
11.ຈົ່ງອະທິບາຍ, ວິຈານຄໍາກອນທີ່ວ່າ:
“ເປັນຄົນໃຫ້ກໍ່ຕັ້ງ ມີປັນຍາປະດັບຕົນ
ເອົາວິຊາຄວາມຮູ້ ຫຼາຍສິບປີຈົນແກ່ເຖົ້າ
ບາກບັ່ນພຽນສຶກສາ ຊິຮຸ່ງເຮືອງເມືອໜ້າ
ເປັນທຶນຮອນດໍາລົງຊີບ ນໍາໃຊ້ຕະຫຼອດການ ນັ້ນແລ້ວ”
12.ຈົ່ງອະທິບາຍ-ວິຈານ ຄໍາກອນທີ່ວ່າ:
“ເຍົາໄວໃຈກຽດຄ້ານ ປະປ່ອຍເສຍເວລາ ຄົນບໍ່ມີຄວາມຮູ້
ແສນລໍາ
ບໍ່ສະແຫວງຮໍ່າຮຽນວິຊາ ໃຫຍ່ມາປັນຍາປູ່
ຫາກິນກໍ່ຍາກ ບາກຫາລ້ຽງປາກບໍ່ກຸ້ມ ຊີວິດເຈົ້າຈະມິດເມົາ ແທ້ດາຍ”
13.ຈົ່ງອະທິບາຍ - ພິສູດ ຄໍາສຸພາສິດທີ່ວ່າ:
“ຄົນບໍ່ອອກຈາກບ້ານ ຄົນບໍ່ໄປຫາຮຽນ
ບໍ່ເຫັນດ່ານແດນໄກ ບໍ່ຫ່ອນມີຄວາມຮູ້”
14.ຈົ່ງອະທິບາຍ, ພິສູດ ຄຳເວົ້າຂອງທ່ານ ໄກສອນ ພົມວິຫານທີ່ວ່າ:
“ພວກເຮົາບໍ່ອາດຝາກຝັງ ທຶນຮອນອັນປະເສີດຂອງຊາດໄວ້ນໍາບຸກຄົນ ຜູ້ທີ່ບໍ່ມີຄຸນສົມບັດ ແລະ ຄວາມສາມາດພຽງພໍ”
15.ຈົ່ງອະທິບາຍ, ພິສູດ ຄຳສຸພາສິດທີ່ວ່າ:
“ໃຫ້ເຈົ້າເອົາຄວາມຮູ້ ຄວາມຮູ້ມີຢູ່ແລ້ວ
ຫາກິນທາງຊອບ
ກິນໄດ້ຊົ່ວຊີວາ”
16.ຈົ່ງອະທິບາຍ, ພິສູດ ຄຳເວົ້າທີ່ວ່າ:
“ປ່າໄມ້ແມ່ນຊັບພະຍາກອນອັນລໍ້າຄ່າທີ່ມີຄຸນປະໂຫຍກ ອັນໃຫ່ຍຫຼວງທີ່ສຸດທາງດ້ານເສດຖະກິດສັງຄົມ ແລະ ສະພາບແວດລ້ອມຂອງປະເທດເຮົາ”
17.ອະທິບາຍ, ພິສູດ ຄໍາສຸພາສິດທີ່ວ່າ:
“ຄ່າຂອງຄົນຢູ່ ຜົນຂອງງານ
ທີ່ຜົນຂອງງານ ຢູ່ທີ່ການກະທໍາ"
18.ຈົ່ງອະທິບາຍ, ພິສູດ ຄຳເວົ້າທີ່ວ່າ:
“ຄົນເຮົາຈະຮ້າຍ ຫຼື ດີ ບໍ່ແມ່ນມີມາແຕ່ເກີດ ແຕ່ກຳເນີດມາຈາກການສຶກສາ”
19.ອະທິບາຍ, ພິສູດ ຄໍາເວົ້າທີ່ວ່າ:
“ໜ້າທີ່ຮັກຊາດຂອງນັກຮຽນ-ນັກສຶກສາ ມັນສະແດງອອກ ຢູ່ບ່ອນວ່າຕັ້ງໃຈຮໍ່າຮຽນ”
20.ຈົ່ງອະທິບາຍ, ພິສູດ, ວິຈານ ຄໍາເວົ້າທີ່ວ່າ: “ວັນນະຄະດີ ແມ່ນປຶ້ມຕຳລາຮຽນແຫ່ງຊີວິດ”