01/05/2023
⚒ ຊົມເຊີຍວັນກຳມະກອນສາກົນ ຄົບຮອບ 137ປີ ຢ່າງສຸດໃຈ⚒
ວັນທີ 1 ພຶດສະພາຖືວ່າເປັນວັນສໍາຄັນອີກວັນໜຶ່ງໃນສາກົນ ກໍ່ຄື ວັນກໍາມະກອນ . ວັນກໍາມະກອນ ຖືເປັນວັນປະຫວັດສາດອັນສໍາຄັນຂອງຊົນຊັ້ນຜູ້ອອກແຮງງານ ເຊິ່ງມີຈຸດເລີ່ມຕົ້ນໃນຊ່ວງສະຕະວັດທີ XVIII-XIX ທີ່ເປັນຍຸກຂອງການອອກແຮງງານໃນພາກສ່ວນອຸດສາຫະກໍາ, ໃນໄລຍະດັ່ງກ່າວແມ່ນຊ່ວງຂອງການເຕີບໃຫຍ່ຂອງພວກກຸ່ມນາຍທຶນ ທີ່ຈ້າງງານກຸ່ມຊົນຊັ້ນກໍາມະກອນ ໂດຍທີ່ນາຍທຶນໄດ້ບັງຄັບ “ລູກຈ້າງ” ເຮັດວຽກມື້ລະ 14-15 ຊົ່ວໂມງ ເຊິ່ງເປັນການອອກແຮງງານທີ່ໜັກໜ່ວງແລະມີຄວາມສ່ຽງຕໍ່ຊີວິດ, ນາຍທຶນໄດ້ຂົ່ມເຫງໃຫ້ກໍາມະກອນໄດ້ເຮັດວຽກໂດຍບໍ່ມີເວລາພັກຜ່ອນ, ຄ່າຈ້າງຕໍ່າ, ບໍ່ໃສ່ໃຈມາດຕະການຄວາມປອດໄພຂອງສະຖານທີ່ ແລະ ບໍ່ມີສະຫວັດດີການສັງຄົມໃດໆ.
ໃນວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດໃນປະເທດອາເມລິກາ ຢູ່ຕົວເມືອງຊິກາໂກ, ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ຕໍ່ສູ້ສົມທົບກັບເນຶ້ອໃນຂອງຖະແຫຼງການ ຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ”. ໃນມື້ນັ້ນ ໄດ້ມີກຳມະກອນນັດຍຸດງານເຖິງ 5.000 ແຫ່ງກໍ່ມີການເຄື່ອນໄຫວຂອງກຸ່ມຜູ້ອອກແຮງງານເພື່ອຕໍ່ສູ້ຕ້ານຊົນຊັ້ນນາຍທຶນແລະຮຽກຮ້ອງໃຫ້ມີການເພີ່ມຄ່າຈ້າງງານ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ.
ຈາກເຫດການຂອງວັນທີ 1 ພຶດສະພາ 1886 ໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງຂອງຂະບວນ ການກຳມະກອນຢູ່ທະວີບເອີຣົບເຊັ່ນ: ໂອຕຣິດ-ຮົງກາລີ, ແບນຊິກ, ເຢຍລະມັນ, ຝຣັ່ງ ແລະ ອື່ນໆ ເປັນກຳລັງໃຈໃຫ້ຂະບວນການຕໍ່ສູ້ຂອງກຳມະກອນໂລກ, ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນວັນທີ່ມີຄວາມໝາຍອັນສຳຄັນໃຫຍ່ຫຼວງ ຂອງຊົນຊັ້ນກຳມະກອນ ໃນຂະບວນການ ປີ 1889, ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫຼວງປາຣີ, ປະເທດຝຣັ່ງ), ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ ຊຶ່ງແມ່ນຜູ້ແທນມາຈາກ 22 ປະເທດ ເອີລົບ, ອາເມລິກາ ແລະ ອາກຊັງຕິງ. ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ເພື່ອປະຕິບັດຄຳຂວັນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນ ສາກົນ” ຊຶ່ງແຕ່ນັ້ນມາ “ວັນທີ 1 ເດືອນ ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນສະເຫຼີມສະຫຼອງຂອງຊົນຊັ້ນກຳມະກອນໃນທົ່ວໂລກ”.
ວັນກໍາມະກອນສາກົນ ມີອິດທິພົນອັນສໍາຄັນຕໍ່ກັບສິດຂັ້ນພື້ນຖານຂອງຜູ້ອອກແຮງງານໃນທົ່ວໂລກ.ປີ 1890 ວັນກຳມະກອນໄດ້ມີອິດທິພົນມາເຖິງ ຈັກກະວັດຣັດເຊຍ ແຕ່ບໍ່ມີການເດີນປະທ້ວງຂະຫນາດໃຫ່ຍ ເຊິ່ງມີພຽງຊາວຜູ້ອອກແຮງງານປະມານ 10, 000ຄົນ ນັດຢຸດງານ ທີ່ ວໍຊໍ (ໃນເວລານັ້ນຍັງຢູ່ສ່ວນຫນຶ່ງຂອງຈັກກະວັດຣັດເຊຍ). ຕໍ່ມາ ປີ 1901 ການເຄື່ອນໄຫວຂອງກຸ່ມຜູ້ອອກແຮງງານ ຈຶ່ງໄດ້ເລີ່ມຂຶ້ນທີ່ ເຊນປີເຕີສະເບີກ, ທະບິລິຊີ, ໂກເມລ໌, ຄາຄີຟ໌ ແລະ ອື່ນໆ. ເປັນຄັ້ງທຳອິດ ພ້ອມດ້ວຍຄຳຂວັນທີ່ວ່າ:《Долой самодержавие!》,《Да здравствует республика!》. ຕໍ່ມາໃນລະຫວ່າງ 1912-1914 ຊາວຜູ້ອອກແຮງງານຫຼາຍກວ່າ 400,000 ກໍໄດ້ເຂົ້າຮ່ວມການນັດຢຸດງານ ແລະ ເດີນຂະບວນປະທ້ວງ ເພື່ອສິດເສລີ ແລະ ສະຫນັບສະຫນູນສົງຄາມໄປສູ່ຈຸດຈົບແຫ່ງໄຊຊະນະ.
ນັບແຕ່ນັ້ນມາ ຫຼັງຈາກການປະຕິວັດ 1917, ວັນກຳມະກອນໃນຣັດເຊຍ ໃນໄລຍະທຳອິດໄດ້ເອີ້ນຊື່ວ່າ: "ວັນສາກົນ(день Интернационала)", ຕໍ່ມາ 1918 ຣັດເຊຍຖືເອົາເປັນວັນພັກງານ ແລະ ວັນທາງການຂອງຣັດເຊຍ. ເຊິ່ງໃນວັນດັ່ງກ່າວກໍໄດ້ມີການເດີນຂະບວນຂອງຊາວຜູ້ອອກແຮງງານເພື່ອເປັນການສະເຫຼີມສະຫຼອງ ພ້ອມກັນນັ້ນຍັງໄດ້ມີການເດີນສວນສະຫນາມຂອງທະຫານກອງທັບແດງຄັ້ງທຳອິດທີ່ ຄາດດຶນສໂກເຢຍ໌ ໂປເລຍ໌( Ходынское Поле).
ມາຮອດ ປີ 1970 ໄດ້ປ່ຽນຊື່ມາເປັນ ວັນກຳມະກອນສາກົນ. ແຕ່ຫຼັງຈາກການລົ້ມສະລາຍຂອງສະຫະພາບໂຊວຽດໃນປີ 1992 ກໍໄດ້ປ່ຽນຊື່ມາເປັນ: "ວັນລະດູໃບໄມ້ປົ່ງ ແລະ ວັນກຳມະກອນ (Праздник Весны и Труда) "ຈົນເຖິງປັດຈຸບັນ.
ຫຼັງຈາກວັນທີ 1 ພຶດສະພາ 1990 ການເດີນຂະບວນໃນວັນກຳມະກອນຢ່າງເປັນທາງການຄັ້ງສຸດທ້າຍ. ໃນປັດຈຸບັນ, ທຸກໆວັນທີ 1 ພຶດສະພາ ກໍບໍ່ມີການເດີນຂະບວນໃນລະດັບທາງການແບບດັ່ງກ່າວ, ເຖິງຢ່າງໃດກໍຕາມ ອົງການທາງການເມືອງແລະສະຫະພາບແຮງງານກໍໄດ້ຈັດການເຄື່ອນໄຫວທາງສັງຄົມ, ຈັດກິດຈະກຳວັນແຮງງານ, ປະຊຸມວັນແຮງງານ ແລະ ຊຸມນຸມໃນວັນດັ່ງກ່າວເພື່ອເປັນສັນຍະລັກຂອງຄວາມສາມັກຄີຂອງປະຊາຊົນ, ຄວາມຍຸຕິທຳ ແລະ ການຕໍ່ສູ້ເພື່ອແຮງງານໃນສັງຄົມ.