21/08/2026
Week ที่ 4 การลงมือปฏิบัติด้านไมโครคอนโทรลเลอร์อิเล็กทรอนิกส์และระบบ IoT
โดย ผู้ช่วยศาสตราจารย์ ดร. วาธิส ลีลาภัทร ผู้อำนวยการศูนย์บริการนวัตกรรมและวิศวกรรม สาขาวิชาวิศวกรรมคอมพิวเตอร์ มหาวิทยาลัยขอนแก่น
ອາທິດທີ່4 ອາທິດຂອງການໄດ້ລົງມືທົດລອງ! ຂອງງານ MEDI-HACK MAKEATHON 2026 [World Class Edition!] 🩺 ກັບຫົວຂໍ້ Physical + AI
ໂດຍໃນອາທິດນີ້ ແມ່ນພິເສດຈາກຜູ້ບັນລະຍາຍຈາກຕ່າງປະເທດ ໃນຫົວຂໍ້ ການປະຕິບັດຕົວຈິງກ່ຽວກັບ ໄມໂຄຣຄອນໂທຣລເລີ ເອເລັກໂຕຣນິກ + ລະບົບ IoT | Hands-on Electronic Microcontroller + IoT system ຈາກ:
1. ທ່ານ Asst.Prof. Watis Leelapatra, Ph.D , ອາຈານສອນ, ຕໍາແໜ່ງຜູ້ຊ່ວຍສາດສະດາຈານ ແລະ ຜູ້ອໍານວຍການສູນບໍລິການນະວັດຕະກໍາ ແລະ ວິສະວະກຳ, ພາກວິຊາວິສະວະກໍາຄອມພິວເຕີ, ມະຫາວິທະຍາໄລຂອນແກ່ນ Khon Kaen University, ປະເທດໄທ
🧬 ງານສ້າງສັນການອອກແບບ ອຸປະກອນການແພດ ຄັ້ງທີ່ສອງໃນລາວ 2026, ⚙️🧰 [English Text Below]
ເພື່ອຄົ້ນຄິດ, ເພື່ອພັດທະນາ, ເພື່ອປະດິດສ້າງ ສໍາລັບສັງຄົມໃຫ້ມີການເປັນຢູ່ທີ່ດີກວ່າ.
ທຸກໆທີມຈະມາຈາກສະຫະສາຂາວິຊາ ນັກສຶກສາຈາກຫຼາກຫຼາຍສາຂາຄຶ:
- ວິສະວະກຳ ແລະ ເຕັກໂນໂລຊີ
- ວິທະຍາສາດ ສຸຂະພາບ
- ອອກແບບຜະລິດຕະພັນ
(ພິເສດ ມີນັກສຶກສາຄະນະວິສະວະກຳ ຈາກມະຫາວິທະຍາໄລຂ່ອນແກ່ນ, ປະເທດໄທ ເຂົ້າຮ່ວມທຸກທິມນຳດ້ວຍ ພ້ອມໂອກາດໄປສຳມະນາ AI Workshop ທີ່ມະຫາວິທະຍາໄລຂ່ອນແກ່ນ ວິທະຍາເຂດໜອງຄາຍ)
💡 ຫົວຂໍ້ບັນຫາດ້ານສຸຂະພາບ - ອຸປະກອນການແພດໃນລາວ ຜ່ານການຮ່ວມມືກັບສະຖານທີ່ດູແລສຸຂະພາບເພື່ອປັບປຸງການເຂົ້າເຖິງ, ຄຸນນະພາບການດູແລ ແລະ ຊ່ວຍຊີວິດ ໃຫ້ດີຂື້ນ ດ້ວຍການລົງໄປສັງເກດການ ແລະ ສຳຜັດກັບບັນຫາຕົວຈີງ ຜ່ານຄູ່ຮ່ວມມືຈາກໂຮງໝໍ, ສູນການແພດເພື່ອບໍລິການ ແລະ ການຄົ້່ນຄວ້າຕ່າງໆ, ຄລີນິກ, ອາສາກູ້ໄພ ແລະ ສູນຝຶກອົບຮົມການແພດ ເປັນຕົ້ນ
🤝 ການຮ່ວມມືພາຍໃນປະເທດ:
- ອາຈານຈາກມະຫາວິທະຍາໄລແຫ່ງຊາດລາວ
- ອາຈານຈາກມະຫາວິທະຍາໄລວິທະຍາສາດສຸຂະພາບ
- ທ່ານຫມໍແພດ - ຜູ້ຊ່ຽວຊານ ຈາກໂຮງຫມໍ & ສະຖາບັນສູນບໍລິການ ດ້ານສາທາລະນະສຸກຕ່າງໆ
🌐 ການຮ່ວມມືລະດັບສາກົນ ແລະ ລະດັບໂລກ (ພິເສດເພີ່ມຕື່ມປີນີ້): ປະເທດໄທ. ,ປະເທດຍີ່ປຸ່ນ, ສະຫະລັດອາເມລິກາ, ປະເທດອັງກິດ, ປະເທດສະວິດເຊີແລນ ແລະ ສະຕາບອັບດ້ານເຕັກໂນໂລຊີການແພດ ສາກົນ
📆 ພາຍໃນງານຈະອັດແຫນ້ນໄປດ້ວຍເນື້ອຫາຈັດເຕັມ ເລິ່ມຕັ້ງແຕ່ເດືອນ 8 (ປະຈໍາທຸກໆເສົາ-ອາທິດ) ໄປຫາ ວັນທີ່20 ເດືອນ9 (ວັນເວລາເບີ່ງໄດ້ທີ່ສະໄລ) ເກືອບສອງເດືອນເຕັມ! ພ້ອມສະຫນອງອຸປະກອນຕ່າງໆໃຫ້ຜູ້ເຂົ້າແຂ່ງຂັນ ສ້າງເຄື່ອງຕົ້ນແບບທີ່ໃຊ້ງານໄດ້ແທ້. ສະນັັນ, ມາຮ່ວມໃຈກັນສ້າງ-ຂັບເຄື່ອນ ເພື່ອສັງຄົມສາທາລະນະສຸກທີ່ດີກວ່າ ຜ່ານສົ່ງເສີມຄຽງຄູ່ການປະດິດ ດ້ວຍຄົນລາວເຮົາເອງກັນເຖ໋າະ!!!